ລາວ ບໍລິການ ລີບຟ
LAO LIFT

ໃບອະນຸຍາດດໍາເນີນທຸລະກິດ ບໍລິສັດ ວຽງ-ຮາ ເອລິເວເຕີ,ເອເຣັກໂຕຣນິກ ເຊີວີດ( LAO-LIFT SERVICE )

ບໍລິສັດ​ວຽງ-​ຮາ ​ເອລີ​ເວ​ເຕີ ​ເຊີ​ວິກ ​ເປັນ​ບໍລິສັດ​ຫນື່ງທີ່​ໄດ້​ສ້າງ​ຕັ້ງ​ຂື້ນ​ໂດຍ​ການ ​ຮ່ວມ​ມື​ກັບຫລາຍບໍລິສັດ

ທັງເປັນໂຮງງານຜູ້ຜະລິດ ແລະ ຈໍ່າໜາຍ ລິບຟ ຫລາຍຍີ່ຫໍ້.ເປັນຕົວແທນນໍາເຂົ້າຈາກຕ່າງປະເທດໂດຍກົງ

ປະກອບມີ ລິບຟ ( ELEVATOR ),ບັນໄດເລື່ອນ ( ESCALATOR )ຫລາຍຍີ່ຫໍ້ຕາມສັ່ງຂອງລູກຄ້າຈາກຕ່າງປະເທດ,ມີຫລາຍປະເພດ,ຫລາຍສະ ແບບ ແລະ ຫລາຍຂ​ະຫນາດຕອບສະໜອງໄດ້ຕາມຄວາມຕ້ອງ

ການລູກຄ້າ ສໍາລັບຜູທີ່ມີຄວາມຕ້ອງການທີ່ ຈະປະກອບ ຕິດຕັ້ງໃສ່ຕືກອາຄານທີ່ກໍ່ສ້າງຂື້ນໃໝ່ ເພື່ອເພີ່ມຄວາມທັນສະໃໝໃຫ້ແກ່ຕືກອາຄານໃໝ່,ບໍລິສັດພວກເຮົາ​​ມີຜົນງານທີ່ດີແລະໄດ້ຮັບ​ຄວາມເຊື່ອຖືໄວ້ວາງໃຈຈາກລູກຄ້າຕະຫລອດມາ, ພວກເຮົາມີ ທິມງານນາຍ​ຊ່າງທີ່​ສຳ​ນານງານ ​ແລະ ​ມີຊ່ຽວຊານກ່ຽວກັບ ລິບຟ

+ ບັນໄດເລື່ອນໄຟຟ້າ​ມີປະສົບການຍາວນານຈາກທັງພາຍໃນ ແລະ ຕ່າງປະເທດ, ສາມາດ​ຕອບສະໜອງ

ໄດ້ກັບຄວາມຕ້ອງການຂອງລູກຄ້າໄດ້ໃນທົ່ວ ສປປ ລາວ.

   ເປັນບໍລິສັດໜື່ງທີ່ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າ ຜູ້ທີ່ເຄີຍໄຊ້ບໍລິການຂອງພວກເຮົາໂດຍສະເພາະ

ແມ່ນຜະລິດຕະພັນ ລີບຟ ທີ່ນໍາເຂົ້າ,ບໍລິການສ້ອມແປງ, ການບໍາລຸງຮັກສາ ລິບຟ ບັນໄດເລື່ອນທຸກປະເພດ

ໃນໄລຍະຜ່ານມາເຫັນໄດ້ວ່າມີຈໍານວນລູກຄ້າຕິດຕໍ່ພົວພັນສັ່ງສີນຄ້າ ລິບຟ ແລະ ບໍ່າລຸງສ້ອມແປງດູແລ

ລິບຟ ມີຈໍານວນເພື່ອຂື້ນເລື້ອຍໆ ໃນທຸກໆປີ,,,,,

   ​ແຕ່​ປີ 2005 ຈົນ​ເຖີງປະຈຸ​ບັນບໍລິສັດ​ໄດ້ ນໍາເຂົ້າ,ປະກອບຕິດຕັ້ງ​ ລິບຟ ຫລາຍຊະນິດ​​ໃນລາວ​ໂດຍ​

ເນັ້ນໜັກດ້ານ ຄຸນ​ນະພາ​ບ,ຄວາມປອດໄພ,ທັນສະໃໝ,ສວຍງາມ,ລາຄາມາດຕະຖານ ຮັບປະກັນງານ

ບໍລິການ​ຫລັງການຂາຍ. ( ການຮັບປະກັນເຄື່ອງອາໄຫລ່ ການບໍາລຸງລຸງສ້ອມແປງ ) ພວກເຮົາມຸ່ງເນັ້ນໜັກໃຫ້ລູກຄ້າໄດ້ນຳໄຊ້ ລິບຟ+ບັນໄດເລື່ອນໄຟຟ້າ ແບບ 3 ງ່າຍຄື: ນຳໄຊ້ງ່າຍ, ສ້ອມແປງງ່າຍ,ເຄື່ອງອາໄຫລ່ຫາຊື້ງ່າຍ ອີງ​ໃສ່​​ປະສົບ​ການຜ່ານມາບໍລິສັດ​ຮັບຮອງ​ວ່າ​: ທ່ານຈະໄດ້ນໍາໄຊ້ ລິບຟ ທີ່ມີຄຸນນະພາບທີ່ຖືກຕ້ອງຕາມມາດຕະຖານສາກົນ,ທົນທານຕໍ່ການໄຊ້ງານ,ລາຄາມາດຕະຖານທີ່ທ່ານສາມາດເລືອກໄດ້.

   ປະຕິບັດຕາມຄໍາຂັວນ: ສວຍງາມ,ທົນທານ,ຄຸ່ມຄ່າ ຖືກໃຈຜູ້ຊື້ລາຄາເປັນກັນເອງ 

   ຂໍ​ສະ​ແດງ​ຄວາມ​ເຄົາລົບ​​ແລະ​ຂອບ​ໃຈເປັນ​ຢ່າງ​ຍີ່​ງ ທີ່​ທ່ານ​ໄດ້​ໃຫ້​ຄວາມ​ສົນ​ໃຈ ​ແລະ​ຮຽກ​ໄຊ້ບໍລິການ​ຈາກ​ບໍລິສັດ​ຂອງ​ພວກ​ເຮົາ.    

ບໍລິສັດ ລີບຟ ບໍລິການ  LAO - LIFT SERVICE  ສ້າງຕັ້ງຂຶ້ນໃນປີ 2005 ໂດຍມີນັກວິສະວະກອນ ຊ່າງຊ່ຽວຊານຈາກທັງພາຍໃນ ແລະ ຈາກຕ່າງປະເທດຮັບງານກ່ຽວກັບ ລິບຟ ແລະ ບັນໄດເລື່ອນໄຟຟ້າ ຫລາຍຍີ່ຫໍ້ ທີ່ມີຄຸນນະພາບມາດຕະຖານສາກົນທຸກສະນິດ

008562055896696
008562055896696